職務内容:
ຮັບສະໝັກ Collection Officer ເພື່ອຮ່ວມທີມ KB KOLAO Leasing ໃນການຕິດຕາມ ແລະ ບໍລິຫານການຊຳລະໜີ້ຂອງລູກຄ້າ ພ້ອມສ້າງຄວາມສຳພັນທີ່ດີກັບລູກຄ້າ.
ກ່ຽວກັບບໍລິສັດ
KB KOLAO Leasing Co., Ltd ເປັນບໍລິສັດໃຫ້ບໍລິການ Finance & Car Leasing ໃນ ສປປ ລາວ ໂດຍມຸ່ງເນັ້ນການເຕີບໂຕທາງທຸລະກິດ, ການບໍລິການລູກຄ້າທີ່ມີຄຸນນະພາບ ແລະ ການສ້າງລະບົບບໍລິຫານທີ່ແຂງແຮງ.
ບໍລິສັດເລີ່ມດຳເນີນງານໃນເດືອນ ກຸມພາ 2017 ໂດຍມີ 3 ຜະລິດຕະພັນຫຼັກ: Auto Loans Service, KB Lot Lot Lot (Second Hand Vehicle) ແລະ KB Car Cash Bag.
ສະຖານທີ່: Kolao 02 (Alounmai Building), ຊັ້ນ 7, ຖະໜົນ 23 ສິງຫາ, ບ້ານໜອງບອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
ຕຳແໜ່ງ: Collection Officer
ຮັບຜິດຊອບໃນການຕິດຕາມການຊຳລະໜີ້ຂອງລູກຄ້າ, ປະສານງານກັບລູກຄ້າທີ່ມີຍອດຄ້າງຊຳລະ ແລະ ຊ່ວຍໃຫ້ການເກັບຊຳລະໜີ້ເປັນໄປຕາມກຳນົດ.
ໜ້າທີ່ ແລະ ຄວາມຮັບຜິດຊອບ
- ຕິດຕາມ ແລະ ປະສານງານກັບລູກຄ້າທີ່ມີຍອດຄ້າງຊຳລະ (Overdue Payment).
- ໂທຕິດຕໍ່ ແລະ ລົງພົບລູກຄ້າຕາມທີ່ຢູ່ອາໄສ ຫຼື ສະຖານທີ່ທີ່ກ່ຽວຂ້ອງ.
- ອະທິບາຍ ແລະ ແຈ້ງເຕືອນລູກຄ້າກ່ຽວກັບຍອດຄ້າງຊຳລະ ແລະ ກຳນົດການຊຳລະ.
- ປະສານງານ ແລະ ໃຫ້ຄຳແນະນຳແກ່ລູກຄ້າ ເພື່ອຊ່ວຍໃຫ້ການຊຳລະໜີ້ເປັນໄປຢ່າງທັນເວລາ.
- ລົງພື້ນທີ່ (Field Collection) ຕາມແຜນງານ ແລະ ຕາມກໍລະນີທີ່ໄດ້ຮັບມອບໝາຍ.
- ບັນທຶກ ແລະ ອັບເດດຜົນການຕິດຕໍ່ ແລະ ການເກັບຊຳລະຂອງລູກຄ້າ.
- ລາຍງານ Collection Status ແລະ ຜົນການຕິດຕາມໃຫ້ຫົວໜ້າງານຕາມກຳນົດ.
- ປະຕິບັດວຽກອື່ນໆຕາມທີ່ໄດ້ຮັບມອບໝາຍ.
ຄຸນສົມບັດ
- ຊາຍ ຫຼື ຍິງ, ຈົບລະດັບ Higher Diploma / ຊັ້ນສູງ ຫຼື ປະລິນຍາຕີຂຶ້ນໄປ.
- ຈົບສາຂາ Finance, Banking, Accounting, Business Administration ຫຼື ສາຂາທີ່ກ່ຽວຂ້ອງ.
- ມີປະສົບການດ້ານ Collection / Debt Collection / Finance ຢ່າງໜ້ອຍ 2 ປີ.
- ສາມາດສື່ສານພາສາລາວ ແລະ ພາສາອັງກິດໄດ້ດີ.
- ຮູ້ຈັກເສັ້ນທາງ ແລະ ພື້ນທີ່ຕ່າງໆໃນນະຄອນຫຼວງວຽງຈັນເປັນຢ່າງດີ; ຖ້າຮູ້ຈັກເສັ້ນທາງໃນແຂວງອື່ນໆຈະໄດ້ຮັບການພິຈາລະນາເປັນພິເສດ.
- ສາມາດໃຊ້ Microsoft Office, ໂດຍສະເພາະ MS Word ແລະ MS Excel ໄດ້ດີ.
- ມີທັກສະການສື່ສານ, ການເຈລະຈາ ແລະ ການປະສານງານທີ່ດີ.
- ມີຄວາມອົດທົນ, ຮັບຜິດຊອບ, ກະຕືລືລົ້ນ ແລະ ສາມາດເຮັດວຽກລົງພື້ນທີ່ໄດ້.
- ມີໃບຂັບຂີ່ປະເພດ AB ແມ່ນຂໍ້ກຳນົດ.
シェア
勤務地
|
|
KB KOLAO Leasing
Collection Officer
空きポジション 1
-
Full Time
Kolao 02 (Alounmai Building), 7th floor, 23 Singha Road, Nongbone Village, Saysettha District, Vientiane Capital, Vientiane, Vientiane, Laos
|