cover
ສັນຍາຈ້າງ

ພະນັກງານສັນຍາຈ້າງຊ່ວຍວຽກການຕະຫຼາດ/ 4 ມື້ຜ່ານມາ

Khammouane, LA

Banque Pour Le Commerce Exterieur Lao Public (BCEL)
ເຂົ້າສູ່ລະບົບເພື່ອເບິ່ງເງິນເດືອນ
ການສະໝັກສິ້ນສຸດ: 25-ກັນຍາ-2026

ລາຍລະອຽດວຽກ:

ທຄຕລ ຮັບສະໝັກພະນັກງານສັນຍາຈ້າງຊ່ວຍວຽກການຕະຫຼາດ ປະຈຳສາຂາຄຳມ່ວນ ຈຳນວນ 2 ຕຳແໜ່ງ.

ໜ້າທີ່ຮັບຜິດຊອບ

  • ລົງເດີນຕະຫຼາດ ແລະ ຕັ້ງຈຸດຂາຍຜະລິດຕະພັນ;
  • ຮັບຜິດຊອບລົງນຳສະເໜີ ແລະ ຂາຍຜະລິດຕະພັນ ແລະ ບໍລິການຂອງ ທຄຕລ;
  • ນຳສະເໜີຜະລິດຕະພັນຂອງ ທຄຕລ ໃນການຈັດກິດຈະກຳເທດສະການຕ່າງໆ;
  • ເຂົ້າຮ່ວມງານຂອງ ທຄຕລ ແລະ ຕາມການມອບໝາຍ;
  • ໃຫ້ຄຳປຶກສາ, ຮັບຟັງຄວາມຕ້ອງການລູກຄ້າ ແລະ ບໍລິການຫຼັງການຂາຍ.

ເງື່ອນໄຂຜູ້ສະໝັກ

  • ເພດຍິງ-ຊາຍ, ອາຍຸ 20-30 ປີ (ເກີດລະຫວ່າງປີ 1996 ຫາ 2006);
  • ຮຽນຈົບຊັ້ນສູງຂຶ້ນໄປ ໃນສາຂາການຕະຫຼາດ, ການສື່ສານມວນຊົນ, ການເງິນແລະການທະນາຄານ ຫຼື ສາຂາທີ່ກ່ຽວຂ້ອງ;
  • ມີຄວາມຮູ້ພາສາຕ່າງປະເທດໃດໜຶ່ງ ເຊັ່ນ ອັງກິດ, ຈີນ ຫຼື ຫວຽດນາມ;
  • ມີບຸກຄະລິກດີ, ມະນຸດສຳພັນດີ, ມີທັກສະການສື່ສານ ແລະ ການນຳສະເໜີຂາຍຜະລິດຕະພັນ;
  • ມີຄວາມຮູ້ດ້ານຜະລິດຕະພັນຂອງ ທຄຕລ, ມີປະສົບການດ້ານປະຊາສຳພັນ ແລະ ການຂາຍ ຫຼື ເຄີຍເຮັດວິດີໂອກ່ຽວກັບຜະລິດຕະພັນຂອງ ທຄຕລ ຈະໄດ້ຮັບການພິຈາລະນາເປັນພິເສດ.

ຄຸນສົມບັດເພີ່ມເຕີມ

  • ສັນຊາດລາວ ແລະ ມີສຸຂະພາບແຂງແຮງດີ;
  • ຊື່ສັດບໍລິສຸດ, ມະນຸດສຳພັນດີ, ວ່ອງໄວຫ້າວຫັນ ແລະ ອົດທົນ;
  • ລະອຽດຮອບຄອບ, ມີລະບຽບວິໄນ, ຮັບຜິດຊອບສູງ, ສາມັກຄີ ແລະ ເຮັດວຽກເປັນທີມໄດ້;
  • ບໍ່ເຄີຍກະທຳຄວາມຜິດໂດຍເຈດຕະນາທີ່ຜິດກົດໝາຍຂອງ ສປປ ລາວ ຫຼື ຢູ່ໃນຂັ້ນຕອນດຳເນີນຄະດີ, ແລະ ບໍ່ເຄີຍຖືກໄລ່ອອກຈາກອົງກອນ;
  • ສາມາດເຮັດວຽກພາຍໃຕ້ຄວາມກົດດັນ, ກົງຕໍ່ເວລາ, ເສຍສະຫຼະ ແລະ ມີໃຈຮັກວຽກງານການຕະຫຼາດ ແລະ ການຂາຍຜະລິດຕະພັນທະນາຄານ.

ວິທີສະໝັກ

ສະໝັກຜ່ານ Google Form ຕາມລິ້ງຈາກ QR ຫຼື ຕິດຕໍ່ທີ່ ທຄຕລ ສາຂາຄຳມ່ວນ, ພະແນກຫ້ອງການບັນຊີ-ໄອທີ ຊັ້ນ 2. ໂທ: 051-212687 ຫຼື 02099532388.

ເລີ່ມຮັບໃບສະໝັກ: 14/09/2026. ປິດຮັບສະໝັກ: 25/09/2026.

ແບ່ງປັນ

ສະຖານທີ່

Banque Pour Le Commerce Exterieur Lao Public (BCEL)
Banque Pour Le Commerce Exterieur Lao Public (BCEL)
ພະນັກງານສັນຍາຈ້າງຊ່ວຍວຽກການຕະຫຼາດ
ຕຳແໜ່ງວ່າງ 2 - ສັນຍາຈ້າງ
ເລກທີ 01 ຖະໜົນປາງຄຳ, ບ້ານຊຽງເໜືອ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ, Thakhèk, Khammouane, Laos
Banque Pour Le Commerce Exterieur Lao Public (BCEL)

Banque Pour Le Commerce Exterieur Lao Public (BCEL)

  • ປີກໍ່ຕັ້ງ
    1975
  • ເບີໂທລະສັບ
    +85621213200
  • ອີເມວ
    bcelhqv@bcel.com.la
  • ເວັບໄຊທ໌
    https://www.bcel.com.la/
  • ທີ່ຢູ່
    ເລກທີ 01 ຖະໜົນປາງຄຳ, ບ້ານຊຽງເໜືອ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ, Vientiane, Vientiane Capital, Laos
ເບິ່ງໂປຣໄຟລ໌

Recruiting?

Get Best Matched Jobs On your Email. Add Resume NOW!

Read More