ສັນຍາຈ້າງ
ພະນັກງານສັນຍາຈ້າງຊ່ວຍວຽກການຕະຫຼາດ/ 4 ມື້ຜ່ານມາ
Khammouane, LA
Banque Pour Le Commerce Exterieur Lao Public (BCEL)
ເຂົ້າສູ່ລະບົບເພື່ອເບິ່ງເງິນເດືອນ
ການສະໝັກສິ້ນສຸດ:
25-ກັນຍາ-2026
ລາຍລະອຽດວຽກ:
ທຄຕລ ຮັບສະໝັກພະນັກງານສັນຍາຈ້າງຊ່ວຍວຽກການຕະຫຼາດ ປະຈຳສາຂາຄຳມ່ວນ ຈຳນວນ 2 ຕຳແໜ່ງ.
ໜ້າທີ່ຮັບຜິດຊອບ
- ລົງເດີນຕະຫຼາດ ແລະ ຕັ້ງຈຸດຂາຍຜະລິດຕະພັນ;
- ຮັບຜິດຊອບລົງນຳສະເໜີ ແລະ ຂາຍຜະລິດຕະພັນ ແລະ ບໍລິການຂອງ ທຄຕລ;
- ນຳສະເໜີຜະລິດຕະພັນຂອງ ທຄຕລ ໃນການຈັດກິດຈະກຳເທດສະການຕ່າງໆ;
- ເຂົ້າຮ່ວມງານຂອງ ທຄຕລ ແລະ ຕາມການມອບໝາຍ;
- ໃຫ້ຄຳປຶກສາ, ຮັບຟັງຄວາມຕ້ອງການລູກຄ້າ ແລະ ບໍລິການຫຼັງການຂາຍ.
ເງື່ອນໄຂຜູ້ສະໝັກ
- ເພດຍິງ-ຊາຍ, ອາຍຸ 20-30 ປີ (ເກີດລະຫວ່າງປີ 1996 ຫາ 2006);
- ຮຽນຈົບຊັ້ນສູງຂຶ້ນໄປ ໃນສາຂາການຕະຫຼາດ, ການສື່ສານມວນຊົນ, ການເງິນແລະການທະນາຄານ ຫຼື ສາຂາທີ່ກ່ຽວຂ້ອງ;
- ມີຄວາມຮູ້ພາສາຕ່າງປະເທດໃດໜຶ່ງ ເຊັ່ນ ອັງກິດ, ຈີນ ຫຼື ຫວຽດນາມ;
- ມີບຸກຄະລິກດີ, ມະນຸດສຳພັນດີ, ມີທັກສະການສື່ສານ ແລະ ການນຳສະເໜີຂາຍຜະລິດຕະພັນ;
- ມີຄວາມຮູ້ດ້ານຜະລິດຕະພັນຂອງ ທຄຕລ, ມີປະສົບການດ້ານປະຊາສຳພັນ ແລະ ການຂາຍ ຫຼື ເຄີຍເຮັດວິດີໂອກ່ຽວກັບຜະລິດຕະພັນຂອງ ທຄຕລ ຈະໄດ້ຮັບການພິຈາລະນາເປັນພິເສດ.
ຄຸນສົມບັດເພີ່ມເຕີມ
- ສັນຊາດລາວ ແລະ ມີສຸຂະພາບແຂງແຮງດີ;
- ຊື່ສັດບໍລິສຸດ, ມະນຸດສຳພັນດີ, ວ່ອງໄວຫ້າວຫັນ ແລະ ອົດທົນ;
- ລະອຽດຮອບຄອບ, ມີລະບຽບວິໄນ, ຮັບຜິດຊອບສູງ, ສາມັກຄີ ແລະ ເຮັດວຽກເປັນທີມໄດ້;
- ບໍ່ເຄີຍກະທຳຄວາມຜິດໂດຍເຈດຕະນາທີ່ຜິດກົດໝາຍຂອງ ສປປ ລາວ ຫຼື ຢູ່ໃນຂັ້ນຕອນດຳເນີນຄະດີ, ແລະ ບໍ່ເຄີຍຖືກໄລ່ອອກຈາກອົງກອນ;
- ສາມາດເຮັດວຽກພາຍໃຕ້ຄວາມກົດດັນ, ກົງຕໍ່ເວລາ, ເສຍສະຫຼະ ແລະ ມີໃຈຮັກວຽກງານການຕະຫຼາດ ແລະ ການຂາຍຜະລິດຕະພັນທະນາຄານ.
ວິທີສະໝັກ
ສະໝັກຜ່ານ Google Form ຕາມລິ້ງຈາກ QR ຫຼື ຕິດຕໍ່ທີ່ ທຄຕລ ສາຂາຄຳມ່ວນ, ພະແນກຫ້ອງການບັນຊີ-ໄອທີ ຊັ້ນ 2. ໂທ: 051-212687 ຫຼື 02099532388.
ເລີ່ມຮັບໃບສະໝັກ: 14/09/2026. ປິດຮັບສະໝັກ: 25/09/2026.
ແບ່ງປັນ
ສະຖານທີ່
|
|
Banque Pour Le Commerce Exterieur Lao Public (BCEL)
ພະນັກງານສັນຍາຈ້າງຊ່ວຍວຽກການຕະຫຼາດ
ຕຳແໜ່ງວ່າງ 2
-
ສັນຍາຈ້າງ
ເລກທີ 01 ຖະໜົນປາງຄຳ, ບ້ານຊຽງເໜືອ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ, Thakhèk, Khammouane, Laos
|
Banque Pour Le Commerce Exterieur Lao Public (BCEL)
-
ປີກໍ່ຕັ້ງ1975
-
ເບີໂທລະສັບ+85621213200
-
ອີເມວbcelhqv@bcel.com.la
-
ເວັບໄຊທ໌https://www.bcel.com.la/
-
ທີ່ຢູ່ເລກທີ 01 ຖະໜົນປາງຄຳ, ບ້ານຊຽງເໜືອ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ, Vientiane, Vientiane Capital, Laos