ການໃຊ້ຊີວິດຫຼັງກະສຽນຢ່າງມີຄວາມສຸກ

ການໃຊ້ຊີວິດຫຼັງກະສຽນຢ່າງມີຄວາມສຸກ
  • avatar
    Werk Job
  • ທັນວາ 22, 2023

  • 1,965

ໃນຫຼາຍອາທິດຜ່ານມາພວກເຮົາໄດ້ນຳສະເໜີບົດ ຄວາມກ່ຽວກັບການກະສຽນ, ຂັ້ນຕອນວິທີການຕ່າງໆທີ່ມີ ຄວາມສຳຄັນ ເພື່ອຊ່ວຍໃຫ້ສາມາດບັນລຸໃນເປົ້າໝາຍກໍຄືການກະສຽນໄດ້ໄວ້ຍິ່ງຂຶ້ນ ແລະ ເມື່ອໄດ້ຮູ້ເຖິງຂັ້ນຕອນວິທີການທີ່ສຳຄັນເຫຼົ່ານັ້ນແລ້ວ ກໍຕ້ອງຄິດຕໍ່ໄປອີກວ່າ ເມື່ອສາມາດບັນລຸເປົ້າໝາຍການກະສຽນແລ້ວ ຄວນຕ້ອງໃຊ້ຊີວິດພາຍຫຼັງກະສຽນແນວໃດເພື່ອໃຫ້ມີຄວາມສຸກ ແລະ ມີຄວາມໝັ້ນຄົງ.

ສະນັ້ນແລ້ວ, ເພື່ອເຮັດໃຫ້ບົດຄວາມເລື່ອງການກະສຽນນີ້ຄົບຖ້ວນ ແລະ ສົມບູນ. ດັ່ງນັ້ນ, ໃນອາທິດນີ້ເຮົາຈະມານຳສະເໜີໃນພາກສ່ວນສຸດທ້າຍ ກໍຄື: ການໃຊ້ຊີວິດພາຍຫຼັງກະສຽນຢ່າງມີຄວາມສຸກ ແລະ ໝັ້ນຄົງ.

ເມື່ອທ່ານສາມາດບັນລຸເປົ້າໝາຍໃນການກະສຽນ ຫຼື ຮອດກະສຽນແລ້ວ ກໍບໍ່ໄດ້ໝາຍ ຄວາມວ່າທ່ານຈະຕ້ອງຢຸດເຊົາການລົງທຶນ ເຊັ່ນດຽວກັນກັບການເຮັດວຽກ, ທ່ານຄວນແບ່ງສັດສ່ວນເງິນຂອງທ່ານທີ່ໄດ້ສະສົມມານັ້ນລົງທຶນຕໍ່ໄປ ໂດຍສືບຕໍ່ການລົງທຶນທີ່ເໝາະສົມກັບໄວກະສຽນ ກໍຄືການລົງທຶນໃນຮູບແບບທີ່ມີຄວາມສ່ຽງຕໍ່າ. ນອກຈາກນີ້, ຄວນມີແນວທາງການສ້າງຄວາມສຸກໃຫ້ຕົວເອງຢ່າງຖືກຕ້ອງຄືຄວາມສຸກທາງກາຍ ແລະ ຄວາມສຸກທາງໃຈ.

ຄວາມສຸກທາງກາຍໃນທີ່ນີ້ກໍຄືສຸຂະພາບດີ: ໃນໄວກະສຽນສຸຂະພາບເປັນສິ່ງທີ່ສໍາຄັນທີ່ສຸດ ທ່ານຄວນຄໍານຶງເຖິງ ເພາະການທີ່ທ່ານແຂງແຮງ, ບໍ່ມີພະຍາດ ຫຼື ເຈັບເປັນນັ້ນ ແມ່ນໂຊກລາບອັນປະເສີດ ແຕ່ທ່ານກໍສາມາດມີສຸຂະພາບທີ່ແຂງແຮງດ້ວຍຕົນເອງໄດ້ ໂດຍອອກກຳລັງກາຍ ແລະ ກິນອາຫານທີ່ມີປະໂຫຍດ ເພາະໄວກະສຽນເປັນໄວທີ່ຕ້ອງລະມັດລະວັງ ແລະ ເບິ່ງແຍງສຸຂະພາບໃຫ້ດີທີ່ສຸດ. ຖ້າປະຕິບັດໄດ້ນັ້ນ ໝາຍຄວາມວ່າທ່ານຈະມີເວລາເພື່ອສະແຫວງຫາຄວາມສຸກໃນໄວກະສຽນຫຼາຍຂຶ້ນ.

ຄວາມສຸກທາງໃຈໃນທີ່ນີ້ກໍຄືຄວາມສຸກດ້ວຍໃຈສະຫງົບ ເຊິ່ງວິທີຈະເຮັດໃຫ້ສຸກໃຈໄດ້ງ່າຍທີ່ສຸດແມ່ນການສຶກສາທໍາມະ ເພື່ອໃຫ້ຮູ້ເຖິງສັດຈະທຳ, ການປ່ຽນແປງຂອງຊີວິດ, ການບໍ່ຢຶດຕິດ ແລະ ການມີຊີວິດຢູ່ກັບປັດຈຸບັນ ເມື່ອກ່ອນຈະກະສຽນອາດຈະບໍ່ມີເວລາໃນການສຶກສາທຳມະຫຼາຍ ເພາະຕ້ອງໃຊ້ເວລາໃນການເຮັດວຽກຫາເງິນ ແຕ່ເມື່ອກະສຽນອາຍຸແລ້ວທ່ານຈະມີເວລາຫຼາຍຂຶ້ນ ໂອກາດທີ່ຈະສຶກສາທຳມະຢ່າງເລິກເຊິ່ງກໍມີຫຼາຍຂຶ້ນ ທ່ານກໍຈະມີຊີວິດຫຼັງກະສຽນຢ່າງມີຄວາມສຸກ.

ສຸດທ້າຍນີ້, ເພື່ອໃຫ້ຊີວິດຫຼັງກະສຽນຂອງທ່ານມີຄວາມສຸກ ແລະ ໝັ້ນຄົງ ທ່ານຄວນສຶກສາເຄື່ອງມືການລົງທຶນຕ່າງໆ ເພື່ອໃຫ້ໄດ້ຮັບຜົນຕອບແທນທີ່ເພິ່ງພໍໃຈ. ໃນປັດຈຸບັນເຄື່ອງມືໃນການລົງທຶນແມ່ນມີຫຼາຍຮູບແບບທີ່ມີຄວາມສ່ຽງ ແລະ ຜົນປະໂຫຍດທີ່ແຕກຕ່າງກັນດັ່ງທີ່ໄດ້ກ່າວມາໃນຄັ້ງກ່ອນ ເຊິ່ງຂຶ້ນຢູ່ກັບແຜນການລົງທຶນວ່າມີຈຸດປະສົງຂອງການລົງທຶນແນວໃດ ຍອມຮັບຄວາມສ່ຽງໄດ້ໜ້ອຍຫຼາຍເທົ່າໃດ ແລະ ຄາດວ່າຈະໄດ້ຮັບຜົນຕອບແທນເທົ່າໃດ ໂດຍຜູ້ລົງທຶນແຕ່ລະທ່ານ ອາດຈັດແບ່ງການລົງທຶນເປັນສັດສ່ວນ ຕາມວັດຖຸປະສົງທີ່ແຕກຕ່າງກັນຕາມຄວາມສ່ຽງທີ່ແຕ່ລະຄົນຍອມຮັບໄດ້.

ປ້າຍກຳກັບ:ກະສຽນ
  • ແບ່ງປັນໂພສ:

Get New Jobs Notification!

Subscribe & get all related jobs notification.