cover
ເຕັມເວລາ

ຜູ້ຊ່ວຍປະທານ/ 2 ຊົ່ວໂມງຜ່ານມາ

Vientiane Capital, LA

ບໍລິສັດ ພັນທະມິດກຣຸບ ຈຳກັດຜູ້ດຽວ (ພມກ) Phanthamit Group Co.,Ltd
ເຂົ້າສູ່ລະບົບເພື່ອເບິ່ງເງິນເດືອນ

ລາຍລະອຽດວຽກ:

ຮັບຜິດຊອບຊ່ວຍປະທານໃນການປະສານງານ, ການປະຊຸມ, ເອກະສານ, ໂຄງການ ແລະ ວຽກດ້ານທຸລະກິດ.

ໜ້າທີ່ຫຼັກ

  • ຊ່ວຍປະທານຕາມການມອບໝາຍ.
  • ກຽມຄວາມພ້ອມໃຫ້ປະທານສຳລັບການເຈລະຈາທຸລະກິດ ແລະ ການປະຊຸມກັບຜູ້ມີສ່ວນໄດ້ເສຍ.
  • ສະຫຼຸບບັນທຶກ, MOU ແລະ Agreement ກັບ stakeholder ແລະ shareholder ທັງພາຍໃນ ແລະ ພາຍນອກ.
  • ບັນທຶກລາຍງານການປະຊຸມເປັນພາສາລາວ, ອັງກິດ ແລະ ຈີນ.
  • ຕິດຕາມເອກະສານໂຄງການ ເພື່ອສະຫຼຸບ ແລະ ລາຍງານຕໍ່ປະທານ.
  • ລາຍງານວຽກສຳຄັນປະຈຳວັນ ແລະ ປະຈຳອາທິດ.
  • ແປພາສາຈາກລາວເປັນຈີນ ແລະ ລາວເປັນອັງກິດ ຕາມຄວາມຮ່ວມມືຂອງໂຄງການ.
  • ສາມາດເວົ້າພາສາຈີນ ແລະ ອັງກິດໄດ້ຄ່ອງແຄ້ວ.
  • ຊ່ວຍຜູ້ອຳນວຍການຈັດການຕາມການມອບໝາຍ.
  • ຮ່າງນະໂຍບາຍທຸລະກິດກ່ຽວກັບການເຕີບໂຕ ເຊັ່ນ ການພັດທະນາທຸລະກິດ, ນະໂຍບາຍບໍລິສັດ, ຍຸດທະສາດທຸລະກິດ, ແຜນງານປະຈຳປີ, ການຕິດຕາມ ແລະ ປະເມີນຜົນ.
  • ເປັນຕົວແທນ MD ເຂົ້າຮ່ວມການປະຊຸມກັບ stakeholder ທັງລະດັບສາກົນ ແລະ ພາຍໃນປະເທດ.
  • ວິເຄາະການເງິນສຳລັບການລົງທຶນໂຄງການ ໂດຍສະເພາະ Hydropower, Solar Sell, Mining, Agriculture ແລະ Micro-Finance ລວມເຖິງ Project Budget Plan, Internal Audit ແລະ project financial model ໃຫ້ຖືກຕ້ອງຕາມຂັ້ນຕອນບໍລິສັດ.
  • ປະສານງານກັບຫົວໜ້າພະແນກ, Project Manager ແລະ Component Manager ຕາມການມອບໝາຍຂອງ MD.
  • ເປັນຕົວແທນພົບປະກັບຜູ້ຮັບເໝົາຍ່ອຍຂອງໂຄງການກໍ່ສ້າງ ເພື່ອຕິດຕາມສັນຍາ.
  • ກວດສອບ ແລະ ຢືນຢັນ MOU ແລະ MOA ສຳລັບການຮ່ວມມືທຸລະກິດທັງພາຍໃນ ແລະ ສາກົນ.
  • ຈັດເຮັດລາຍງານປະຈຳເດືອນ, ປະຈຳໄຕມາດ ແລະ ປະຈຳປີ ເພື່ອໃຫ້ໂຄງການ ແລະ ວຽກທຸລະກິດສົ່ງຕາມກຳນົດ.

ເວລາເຮັດວຽກ

ວັນຈັນ ຫາ ວັນສຸກ, 08:00 - 17:00 ໂມງ.

ສະຫວັດດິການ

  • ເງິນອຸດໜູນຄ່າອາຫານ.
  • ເງິນອຸດໜູນ OT.
  • ປະກັນສັງຄົມ.
  • ກວດສຸຂະພາບປະຈຳປີ.
  • ເງິນຊ່ວຍເຫຼືອຕາມນະໂຍບາຍ ເຊັ່ນ ເຈັບປ່ວຍ, ອຸບັດຕິເຫດ, ແຕ່ງງານ ແລະ ອື່ນໆ.
  • ເງິນອຸດໜູນການເກີດບຸດ ແລະ ຄ່າຕັດຊຸດ Uniform.
  • ວັນພັກປະຈຳປີ ແລະ ວັນລາປ່ວຍ.
  • ວັນລາກິດພິເສດໃນກໍລະນີໄພພິບັດ, ຄົນໃນຄອບຄົວເສຍຊີວິດ ແລະ ກໍລະນີຈຳເປັນອື່ນໆ.

ສຳລັບຜູ້ມີປະສົບການ ເງິນເດືອນເລີ່ມຕົ້ນ 7,000,000 ກີບຂຶ້ນໄປ, ລວມເງິນ OT ແລະ ເງິນພິເສດອື່ນໆ.

ຕິດຕໍ່ສະໝັກ

Tel / WhatsApp: +856 20 96 573 169
Email: phanthamitgroup@gmail.com
ຫຼື ສະແກນ QR Code ໃນປະກາດເພື່ອດາວໂຫລດຟອມສະໝັກ.

ແບ່ງປັນ

ສະຖານທີ່

ບໍລິສັດ ພັນທະມິດກຣຸບ ຈຳກັດຜູ້ດຽວ (ພມກ) Phanthamit Group Co.,Ltd
ບໍລິສັດ ພັນທະມິດກຣຸບ ຈຳກັດຜູ້ດຽວ (ພມກ) Phanthamit Group Co.,Ltd
ຜູ້ຊ່ວຍປະທານ
ຕຳແໜ່ງວ່າງ 1 - ເຕັມເວລາ
Kaisonephomvihan Road, Phonpanao Village, Saysettha District, Vientiane Capital, Lao P.D.R., Vientiane, Vientiane Capital, Laos
ບໍລິສັດ ພັນທະມິດກຣຸບ ຈຳກັດຜູ້ດຽວ (ພມກ) Phanthamit Group Co.,Ltd

ບໍລິສັດ ພັນທະມິດກຣຸບ ຈຳກັດຜູ້ດຽວ (ພມກ) Phanthamit Group Co.,Ltd

  • ປີກໍ່ຕັ້ງ
    2021
  • ເບີໂທລະສັບ
    +856305743333
  • ອີເມວ
    phanthamithgroup.la@pmgroup.la
  • ເວັບໄຊທ໌
    https://pmgroup.la
  • ທີ່ຢູ່
    Kaisonephomvihan Road, Phonpanao Village, Saysettha District, Vientiane Capital, Lao P.D.R., Vientiane Capital, Vientiane Capital, Laos
ເບິ່ງໂປຣໄຟລ໌

Recruiting?

Get Best Matched Jobs On your Email. Add Resume NOW!

Read More