ຄູ່ຮ່ວມງານນັກການຂາຍອິດສະຫຼະ (Independent Sales Partner)/ 1 ຊົ່ວໂມງຜ່ານມາ
Vientiane Capital, LA
ລາຍລະອຽດວຽກ:
EDS.LA ກຳລັງຊອກຫາຄູ່ຮ່ວມງານນັກການຂາຍອິດສະຫຼະ ເພື່ອແນະນຳບໍລິການອອກແບບເວັບໄຊ, ລະບົບ CRM ແລະ ERP ຂອງເຮົາໃຫ້ທຸລະກິດໃນສປປ ລາວ. ທ່ານຈະໄດ້ຮັບຄ່ານາຍໜ້າ 20% ຂອງລາຍຮັບຄ່າບໍລິການໂຄງການທີ່ເຂົ້າເງື່ອນໄຂ ທີ່ EDS.LA ໄດ້ຮັບ.
ວິທີສະໝັກ: ເລືອກໄດ້ 2 ຊ່ອງທາງ
+856 20 5979 8289
- WhatsApp: ຕິດຕໍ່ EDS.LA ໂດຍກົງ. ບໍ່ຈຳເປັນຕ້ອງລົງທະບຽນກັບ WerkJob.
- WerkJob: ສົ່ງໃບສະໝັກຜ່ານແບບຟອມຂອງ WerkJob ດ້ວຍປຸ່ມສະໝັກໃນໜ້ານີ້.
ຕົວຢ່າງຄ່ານາຍໜ້າ (20%)
| ມູນຄ່າໂຄງການ | ຄ່ານາຍໜ້າ (20%) |
|---|---|
| 6,600,000 LAK | 1,320,000 LAK |
| 11,000,000 LAK | 2,200,000 LAK |
| 22,000,000 LAK | 4,400,000 LAK |
| 44,000,000 LAK | 8,800,000 LAK |
| 110,000,000 LAK | 22,000,000 LAK |
ຄ່ານາຍໜ້າຕົວຈິງຄິດໄລ່ທີ່ 20% ຂອງລາຍຮັບຄ່າບໍລິການໂຄງການທີ່ເຂົ້າເງື່ອນໄຂ ທີ່ EDS.LA ໄດ້ຮັບ.
ບໍລິການທີ່ທ່ານຈະແນະນຳ
- ການອອກແບບເວັບໄຊທ໌
- ສ້າງລະບົບການຂາຍ CRM
- ລະບົບຫຼັງບ້ານ ໃນການດຳເນີນງານ ERP
ໜ້າທີ່ຮັບຜິດຊອບ
- ຊອກຫາ ແລະ ຕິດຕໍ່ທຸລະກິດໃນສປປ ລາວ ທີ່ອາດຕ້ອງການເວັບໄຊທ໌, ລະບົບ CRM ຫຼື ERP
- ແນະນຳບໍລິການຂອງ EDS.LA ໃຫ້ກົງກັບຄວາມຕ້ອງການຂອງລູກຄ້າ
- ສົ່ງຕໍ່ຂໍ້ມູນລູກຄ້າທີ່ສົນໃຈໃຫ້ທີມ EDS.LA
- ຕິດຕາມລູກຄ້າຮ່ວມກັບທີມ EDS.LA ຈົນກວ່າຈະຕົກລົງກັນໄດ້
ຄຸນສົມບັດ
- ມີທັກສະການສື່ສານ ແລະ ການນຳສະເໜີທີ່ດີ
- ສື່ສານພາສາລາວໄດ້ດີ
- ມີເຄືອຂ່າຍທຸລະກິດ ຫຼື ສົນໃຈສ້າງເຄືອຂ່າຍ
- ເຂົ້າໃຈເວັບໄຊທ໌, CRM ຫຼື ERP ເບື້ອງຕົ້ນ ຫຼື ພ້ອມຮຽນຮູ້ (ທາງເຮົາຈະເຝິກອົບຮົມໃຫ້)
- ມີຄວາມຮັບຜິດຊອບ ແລະ ເຮັດວຽກດ້ວຍຕົນເອງໄດ້
ແບ່ງປັນ
Emerging Digital Solutions
-
ປີກໍ່ຕັ້ງ2013
-
ເບີໂທລະສັບ+85621224092
-
ອີເມວsupport@eds.la
-
ເວັບໄຊທ໌https://eds.la
-
ທີ່ຢູ່302/3B, 3F Vieng Vang Tower, Boulichan Rd., Dongpalan Thong Village, Sisattanak, Vientiane Capital, Laos